ສາລະວັນ ດິນແດນອົງແກ້ວອົງກົມມະດຳ ຕັ້ງຢູ່ທາງພາກໃຕ້ ຂອງສປປລາວ, ມີເມືອງສາລະວັນເປັນເທດສະບານ ຫລື ເມືອງເອກ. ເປັນແຂວງທີ່ມີຄວາມຫາກຫລາຍທາງດ້ານວັດທະນະທໍາ ແລະ ຮີດຄອງປະເພນີ ທີ່ຫນ້າສຶກສາ ແລະ ຄົ້ນຫາ. ສະແດງອອກຜ່ານການຮ້ອງລໍາທໍາເພງເຊັ່ນ: ລໍາສາລະວັນອັນມີຊື່ສຽງໂດ່ງດັງໄປທົ່ວປະເທດ, ລໍາຄົງເຊໂດນ, ລໍາຜູ້ໄທ,ລໍາຕາລີມອນ, ລໍາກະເລີ້ຍ ແລະ ອື່ນໆ. ນອກຈາກວັດທະນະທໍາແລ້ວ ດິນແດນແຫ່ງນິ້ຍັງມີທຳມະຊາດເປັນຈຸດເດັ່ນ ມີຕົກຕາດທີ່ມີຊື່ສຽງຫລາຍແຫ່ງ ສົມກັບຄຳຂວັນທີ່ວ່າ: “ໝາກພ້າວນາໄຊ ປິ້ງໄກ່ນາປົ່ງ ເຫລົ້າຂາວເມືອງຄົງ ລຳວົງສາລະວັນ”.
ສາລະວັນຍັງເປັນດິນແດນທີ່ມີຮອງຮອຍແຫ່ງອູ່ອະລິຍະທໍາ ພະອົງຕື້ແຫ່ງວັດໂອກາດ ເປັນພະສັກສິດຄູ່ບ້ານຄູ່ເມືອງຂອງຊາວແຂວງສາລະວັນ, ຫໍໄຕສາລະວັນ ສັນນິຖານສ້າງຂຶ້ນໃນສັດຕະວັດທິ17-18ດ້ວຍໄມ້ເນື້ອແຂງທັງຫມົດມີໂຄງສ້າງຮູບຊົງທີ່ສວຍ ງາມສົມສ່ວນ ປະດັບດ້ວຍລວດລາຍອັນວິຈິດປານີດ ຖືເປັນສະຖາປັດຕະຍະກໍາທີ່ມີເອກະລັກໂດດເດັ່ນງາມສະຫງ່າ.ອຸທິຍານຕາດເລາະ ຕັ້ງຢູ່ 2 ຝັ່ງເຊເສັດ ມີນໍ້າຕົກຕາດທີ່ສວຍງາມ2ແຫ່ງປ່າໄມ້ຂຽວສົດ ແລະ ອາກາດຮົ່ມເຢັນ ເຫມາະສໍາລັບການພັກຜ່ອນຢ່ອນໃຈ, ພ້ອມນີ້ຍັງມີການບໍລິການຂີ່ຊ້າງຊົມທິວທັດ.
ດິນແດນສາລະວັນ ຕັ້ງຢູ່ພາກໃຕ້ຂອງປະເທດ ເຊິ່ງມີດິນແດນສ່ວນຫນຶ່ງຂອງພູພຽງບໍລິເວນອັນອຸດົມຮັ່ງມີ. ມີຊາຍ ແດນຕິດກັບປະເທດຫວຽດນາມທາງດ້ານຕາເວັນອອກ ແລະ ປະເທດໄທຢູ່ຕາເວັນຕົກ .ຍ້ອນມີຕົ້ນຮັງ(ສາລະ)ເກີດຂຶ້ນຫລາຍຈິ່ງເອີ້ນວ່າສາລະວັນ ເຊິ່ງມີຄວາມຫມາຍວ່າດິນແດນແຫ່ງຕົ້ນຮັງ.
ປັດຈຸບັນສາລະວັນ ປະກອບດ້ວຍ 8 ເມືອງຄື: ເມືອງສາລະວັນ, ນະຄອນເພັງ, ຄົງເຊໂດນ, ວາປີ, ຕຸມລານ,ສະມ້ວຍ,ຕະໂອ້ຍ ແລະ ເມືອງເລົ່າງາມ ມີພົນລະເມືອງປະມານ 3 ແສນຄົນ. ນອກຈາກວັດທະນະທຳແລ້ວ ສາລະວັນຍັງເປັນດິນແດນທີ່ອຸດົມສົມບູນດ້ວຍທຳມະຊາດ ເຮັດໃຫ້ມີສະຖານທີ່ທ່ອງ ທ່ຽວທາງດ້ານທໍາມະຊາດຫລາຍແຫ່ງທີ່ມີຊື່ສຽງ ໂດຍສະເພາະກໍແມ່ນ ອຸທິຍານແຫ່ງຊາດຕາດເລາະ,ເຊິ່ງເປັນຈຸດກໍມີແຜນພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄົບວົງຈອນທີ່ທັນສະໄຫມ.
ສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງແຂວງສາລະວັນປະກອບມີ:ອຸທິຍານຕາດເລາະ, ນ້ຳຕົກຕາດສູງເຊເຊັດ, ອະນຸສາວະລີອົງແກ້ວ-ສວນແຄນ, ນ້ຳຕົກຕາດເທວະດາ, ຫັດຖະກຳຕໍາແພບ້ານຫ້ວຍຫີນ, ຕາດແສນ, ຕາດໄມ້ເຮ້ຍ, 4000ຂຸມບ້ານທ່າ, ນ້ຳຕົກຕາດແກ້ງກຸ ແລະສະຖານທີ່ທ່ອງທ່ຽວແຫ່ງອື່ນໆອີກ
ການເດີນທາງ
ການເດີນທາງໄປແຂວງສາລະວັນ ກໍມີຫລາຍຊ່ອງທາງໂດຍສະເພາະແມ່ນທາງລົດ ຈາກຕົວເມືອງປາກເຊໄປຕາມເສັ້ນທາງເລກທີ 23 ແລ້ວລ້ຽວຊ້າຍຢູ່ຫລັກ 21 ແລ້ວກໍສືບເດີນທາງຕໍ່ໄປ(ຈາກປາກເຊ ເຖິງສາລະວັນປະມານ90ກິໂລແມັດ) ອີກຫນຶ່ງເສັ້ນທາງແມ່ນທ່ານທີ່ມາຕາມເສັ້ນທາງ13ໃຕ້ເມື່ອຮອດເຂດບ້ານນາປົ່ງ ໃຫ້ລ້ຽວຊ້າຍເດີນທາງໄປອີກປະມານ70ກວ່າກິໂລແມັດກໍເຖິງ ເຊິ່ງປັດຈຸບັນການປັບປຸງກໍ່ສ້າງ ໃກ້ຈະສໍາເລັດ.
ທີ່ພັກອາໃສເມື່ອໄປສາລະວັນ ຕາມຂໍ້ມູນຂອງກົມການຄຸ້ມຄອງທ່ອງທ່ຽວ ແຂວງສາລະວັນມີ ໂຮງແຮມ6ແຫ່ງ, ເຮືອນພັກຣີສອດດອີກ 45 ແຫ່ງ
ອາຫານການກິນ ຢູ່ສາລະວັນ ມີຮ້ານອາຫານ ແລະ ຮ້ານດື່ມ 115ຮ້ານ. ປິ້ງໄກ່ນາປົ່ງ ຄືອາຫານທີ່ມີຊື່ສຽງ ທີ່ໃຜກາຍໄປກາຍມາກໍມັກແວ່ຊື້ຕິດໄມ້ຕິດມື.
ທ່ຽວໃສ່ ເມື່ອໄປສາລະວັນ ສາລະວັນມີທ່ອງທ່ຽວທີ່ຫລາກຫລາຍທັງວັດທະນະທໍາ ແລະ ທຳມະຊາດ ສະຖານທີ່ທ່ອງທ່ຽວທີ່ຢາກແນະນຳປະກອບມີ
+ອຸທິຍານຕາດເລາະ
+ນ້ຳຕົກຕາດສູງເຊເຊັດ
+ອະນຸສາວະລີອົງແກ້ວ-ສວນແຄນ
+ນ້ຳຕົກຕາດເທວະດາ
+ຫັດຖະກຳຕໍາແພບ້ານຫ້ວຍຫີນ
+ຕາດແສນ
+ຕາດໄມ້ເຮ້ຍ
+4000ຂຸມບ້ານທ່າ
+ນ້ຳຕົກຕາດແກ້ງກຸ ແລະ ສະຖານທີ່ທ່ອງທ່ຽວແຫ່ງອື່ນໆອີກ