ເພື່ອເປັນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ ໃຫ້ມີບັັນຍາກາດຟົດຟື້ນ ຫ້ອງວ່າການແຂວງສາລະວັນ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ສ້າງກິດຈະກຳເຕະບານ ເພື່ອຂໍ່ານັບຮັບ
ຕ້ອນກອງປະຊຸມໃຫ່ຍ ຄັ້ງທີ IX ອົງຄະນະພັກແຂວງສາລະວັນ. ມາໃນເວລາ 17:00-18:00 ໂມງ ຂອງວັນທີ 19 ພະຈິກ 2020 ທິມຫ້ອງວ່າການແຂວງ ໄດ້ສ້າງກິດຈະກໍາບານເຕະກະຊັບມິດ ລະຫວ່າງທິມຄະນະໂຄສະນາ
ອົບຮົມແຂວງ ທິມບານເຕະຊາຍຫ້ອງວ່າການແຂວງ ນໍາໂດຍທ່ານ ປອໂພໄຊ ໄຊຍະສອນ ເລຂາພັກແຂວງ – ເຈົ້າແຂວງສາລະວັນ ທິມຄະນະໂຄສະນາອົບຮົມແຂວງສາລະວັນ ນໍາໂດຍທ່ານ ສີເຮັງ ຫອມສົມບັດ ຄະນະປະຈໍາ
ພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ການເຄື່ອນໄຫວສ້າງກິດຈະກໍາຄັ້ງນີ້, ກໍ່ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍ ຄັ້ງທີ IX ອົງຄະນະພັກແຂວງສາລະວັນ ໃຫ້ມີບັນຍາກາດ ຈົບ
ເວລາການແຂ່ງຂັນ 90 ນາທີ ທິມຫ້ອງວ່າການແຂວງ ມີຕົວເຕັງເປັນຈໍານວນຫລາຍ ສາມາດເອົາຊະນະທິມໂຄສະນາອົບຮົມແຂວງໄປໄດ້ ດ້ວຍຄະແນນ 10 ປະຕູຕໍ່ 9 ປະຕູ.
ຂ່າວ ແລະ ພາບຈາກ: ເຟສບຸກ ແດນດອກຮັງສາລະວັນ