ໝາກນາວ ແລະ ຜັກສະເນີ່ລີ ຮັກສາໂລກເບົາຫວານໃຫ້ຫາຍຂາດໄດ້!
ທ່ານຮູ້ ຫຼື ບໍ່...!!! ພຽງໃຊ້ 2 ສ່ວນປະສົມນີ້ ກໍ່ສາມາດບອກລາໂລກພະຍາດເບົາຫວານໄດ້ !
ໂລກເບົາຫວານເປັນພາວະສໍາເຮື້ອ ທີ່ເກີດຂຶ້ນເມືອຮ່າງກາຍສູນເສຍຄວາມສາມາດ ໃນການຜະລິດອິນຊູລິນ ອິນຊູລິນຮໍໂມນທີ່ສ້າງຂຶ້ນໃນຕັບອ່ອນ ແລະ ຊ່ວຍໃຫ້ນໍ້າຕານກລູໂຄສ ຈາກອາຫານຜ່ານເຂົ້າໃນເຊວຮ່າງກາຍ ຊຶ່ງຈະຖືກປ່ຽນເປັນຜະລັງງານ ເພື່ອໃຫ້ກ້າມຊີ້ນ...
ດື່ມກາເຟແບບໃດ? ບໍ່ໃຫ້ເສຍສຸຂະພາບ, ທັງເຮັດໃຫ້ສຸຂະພາບດີ, ຮຸ່ນກໍ່ດີນຳອີກ
ການດື່ມກາເຟໃນປະຈຸບັນນີ້ ແມ່ນເປັນທີ່ນິຍົມກັນຂຶ້ນເລື້ອຍໆ ອີງຕາມໃນຕົວເມືອງ ແລະ ຕ່າງແຂວງເລີ່ມມີຮ້ານກາເຟ ຕາມປ້ຳນ້ຳມັນ ຫລື ຫ້າງຮ້ານໃຫຍ່ໆ ກໍ່ຍັງມີ ຮ້ານກາເຟແອເຢັນໃຫ້ນັ່ງດື່ມໄດ້ສະບາຍໆ ແຕ່ຖ້າຫາກວ່າການດື່ມກາເຟຖ້າບໍ່ຮູ້ວ່າຕ້ອງເອົາໃຈໃສ່ວ່າດື່ມ ແນວໃດ ຫລື ດື່ມເວລາໃດຈະດີຕໍ່ສຸຂະພາບ ມື້ນີ້ ແອດມິນໄດ້ນຳເອົາຄວາມຮູ້ພື້ນຖານງ່າຍໆ ພຽງແຕ່ຮູ້ 6 ຂໍ້ມູນຄວາມຮູ້ນີ້ ທ່ານກໍ່ຈະດື່ມກາເຟໄດ້ໂດຍບໍ່ຕ້ອງຢ້ານເສຍສຸຂະພາບອີກຕໍ່ໄປ.
ດື່ມພ້ອມອາຫານທີ່ດີ ເຊັ່ນ :...
ກິນນ້ຳຕານຢ່າງພໍດີ ສົ່ງຜົນດີຕໍ່ສຸຂະພາບ
ນ້ຳຕານທີ່ມີຢູ່ໃນອາຫານ ແລະ ເຄື່ອງດື່ມນັ້ນ ສາມາດແບ່ງອອກເປັນ 2 ສ່ວນຄື: ນ້ຳຕານທີ່ມີຕາມທຳມະຊາດ ແລະ ນ້ຳຕານທີ່ເຕີມເພີ່ມ ສຳລັບຜູ້ທີ່ຈຳກັດປະລິມານນ້ຳຕານ ຫຼື ຕ້ອງການຄວບຄຸມການກິນນ້ຳຕານໃຫ້ພໍເໝາະ ການຫຼຸດ ຫຼື ຫຼີກລ່ຽງການປຸງນ້ຳຕານເພີ່ມໃນອາຫານ ແລະ ເຄື່ອງດື່ມ ຖືເປັນທາງເລືອກໜຶ່ງ ທີ່ຊ່ວຍໃຫ້ເຮົາກິນນ້ຳຕານໃນປະລິມານທີ່ພໍເໝາະໄດ້ ແລະ ສົ່ງຜົນດີຕໍ່ສຸຂະພາບໃນໄລຍະຍາວ. ນ້ຳຕານທີ່ມີຢູ່ຕາມທຳມະຊາດນັ້້ນ...
ກິນແອັບເປິ້ນເປັນປະຈຳມີດີຕໍ່ສຸຂະພາບຫຼາຍຢ່າງ
ໃນຄໍລຳສາລະໜ້າຮູ້ມື້ນີ້ເຮົາມາເອົາໃຈຄົນທີ່ມັກກິນໝາກແອັບເປິ້ນ ກັນແນ່ຈັກໜ່ອຍ ບາງຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍຂອງແອັບເປິ້ນໃນແຕ່ລະສີວ່າມີຄຸນປະໂຫຍດຄືແນວໃດ ດັ່ງນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ.
ແອັບເປີ້ນແດງ
ແອັບເປີ້ນສີແດງເຂັ້ມເປັນສາຍພັນທີ່ມີສານຕ້ານອະນຸມູນອິດສະຫຼະຫຼາຍທີ່ສຸດ ໂດຍສານຕ້ານອະນຸມູນອິດສະຫຼະທີ່ຢູ່ໃນຜິວແອັບເປີ້ນສີແດງ ມີລິດໃນການຕ້ານອະນຸມູນອິດສະຫຼະຫຼາຍທຽບເທົ່າກັບວິຕາມິນຊີເຖິງ 1,500 ມິນລີກຼາມ ເຊິ່ງສານຕ້ານອະນຸມູນອິດສະຫຼະເຫຼົ່ານນີ້ຈະໄປເຮັດໜ້າທີ່ຂັດຂວາງການເຕີບໂຕຂອງເຊວມະເຮັງໃນຮ່າງກາຍ ຮວມທັງມີປະໂຫຍດຕໍ່ສຸຂະພາບຫົວໃຈ ແລະຍັງຊ່ວຍປ້ອງກັນການເກີດໂຣກອັນໄຊເມີ ແລະຍັງຊ່ວຍເລື່ອງຜິວພັນບໍ່ໃຫ້ເກີດຮ່ອຍແຫ່ວໄວກ່ອນອາຍຸ
ແອັບເປີ້ນຂຽວ
ແອັບເປີ້ນຂຽວ ເຕັມໄປດ້ວຍປະໂຫຍດຫຼາກຫຼາຍ ບໍ່ວ່າຈະເປັນໃຍອາຫານທີ່ມີສູງ ຊ່ວຍໃນລະບົບຂັບຖ່າຍ ລະດັບສານຕ້ານອະນຸມູນອິດສະຫຼະທີ່ສູງ ແລະຍັງຊ່ວຍຫຼຸດຄວາມຢາກອາຫານໄດ້ດີອີກດ້ວຍ
ແອັບເປີ້ນເຫຼືອງ
ແອັບເປີ້ນຊະນິດນີ້ເຮົາອາດບໍ່ຄ່ອຍໄດ້ເຫັນປານໃດ ແຕ່ປະໂຫຍດຂອງແອັບເປີ້ນສາຍພັນນີ້ນັ້ນມີຫຼາຍ ບໍ່ວ່າຈະເປັນເລື່ອງການບຳລຸງດວງຕາ ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແຂງແຮງ ບໍ່ພຽງເທົ່ານັ້ນແອັບເປີ້ນສີເຫຼືອງຍັງຊ່ວຍລ້າງສານພິດສະສົມໃນຕັບອອກຈາກຮ່າງກາຍ
ແອັບເປີ້ນສີບົວ
ແອັບເປີ້ນສີບົວອົມແດງມີປະລິມານວິຕາມິນຊີຫຼາຍເຖິງ 1 ໃນ 4...
ການຖືກຕຳໜິ ເຮົາຈະໄດ້ຫຼາຍກວ່າຄວາມເຈັບໃຈ
Yad Bhatti ນັກການຕະຫຼາດດິຈິຕອນຊາວອາເມລິກາ ເລົ່າເຖິງປະສົບການການເຮັດວຽກຂອງເຂົາວ່າ ໄລຍະທຳອິດທີ່ເຮັດວຽກ ເຈົ້ານາຍຂອງເຂົາຍ່າງເຂົ້າມາຫາຫຼັງຈາກທີ່ຫາກໍນຳສະເໜີງານໄປ ແລະເວົ້າວ່າ “ເຈົ້າເຮັດໃຫ້ຄົນຟັງເຫງົານອນ” ເຂົາຕົກໃຈກັບຄຳເວົ້ານັ້ນ ເພາະໝັ້ນໃຈມາຕະຫຼອດວ່າ ຕົນເອງນຳສະເໜີໄດ້ດີ ເວົ້າຈາຄ່ອງແຄ້ວຈະແຈ້ງ ແລະບໍ່ເຄີຍອ່ານສະໄລ້ເລີຍ ຄຳຄິດເຫັນຈາກເຈົ້ານາຍຄາໃຈເຂົາຢູ່ຕໍ່ມາ ຈົນໄດ້ທົບຄວນຕົນເອງໃໝ່ ເຈົ້ານາຍແນະນຳໃຫ້ Bhatti ອັດສຽງໂຕເອງຕອນທີ່ກຳລັງນຳສະເໜີຢູ່ ຈຶ່ງເຮັດໃຫ້ເຂົາພົບວ່າ ເຂົາເວົ້າເປັນຕາເບື່ອແທ້ໆ ນໍ້າສຽງສະເໝີ ແລະເບິ່ງຂາດຄວາມໝັ້ນໃຈກວ່າທີ່ຄິດເລີຍ.
ບໍ່ມີໃຜມັກໃຫ້ໃຜມາເວົ້າໃຫ້ຕົນເອງວ່າ ຍັງບໍ່ດີຫຼືບໍ່ພ້ອມພຽງພໍ ເພາະແບບນັ້ນການໄດ້ຮັບຄວາມຕຳໜິວິຈານຈຶ່ງເຮັດໃຫ້ເຮົາເຈັບໃຈ ຫຼືຮູ້ສຶກບໍ່ດີໄດ້ເປັນເລື່ອງປົກກະຕິ...
ວິທີຊ່ວຍໃຫ້ຕັດໃຈຈາກຢາສູບ
ເຊື່ອວ່າຄົນທີ່ສູບຢາທຸກຄົນ ຖ້າມີໂອກາດເລີກໄດ້ກໍ່ຄົວຢາກເລີກສູບຖາວອນ ເພາະຄືທີ່ຮູ້ຈັກກັນດີວ່າການສູບຢານອກຈາກຈະເປັນການຈູດເງິນຖິ້ມແລ້ວ ຍັງສົ່ງຜົນເສຍໃຫ້ສຸຂະພາບຂອງທ່ານ ແລະ ຄົນອ້ອມຂ້າງທ່ານອີກດ້ວຍແຕ່ເລື່ອງນີ້ມັນເປັນສິ່ງທີ່ວ່າເລີກຍາກກໍ່ບໍ່ໄດ້ຍາກເກີນໄປ ສິວ່າງ່າຍກໍ່ບໍ່ງ່າຍ ເພາະມັນຂື້ນກັບໃຈຕົນເປັນຜູ້ກຳນົດເອງ ແຕ່ສຳລັບຄໍລຳສາລະໜ້າຮູ້ມື້ນີ້ ຫາກໃຜມີຄວາມຄິດຢາກເລີກສູບຢາ ຫຼື ຢາກຫຼຸດຜ່ອນການສູບໃຫ້ໜ້ອຍລົງ ແອັດມິນມີຕົວຊ່ວຍມາບອກ
– ທ່ອງຄຳວ່າ “ບໍ່” ເຮັດໃຈແຂງໄວ້
– ຄິດເຫັນຜົນຮ້າຍຂອງມັນໃຫ້ຂຶ້ນໃຈ
– ຊ່ວງທຳອິດຫາແນວມາຍ້ຳ ມາກິນໂດນສະເພາະແນວກິນທີ່ມີສານ ນິໂຄຕິນ ເຊັ່ນ: ຊິ່ງອົ້ມ, ຂະໜົມອົມເປັນຕົ້ນ
– ຫຼຸດຜ່ອນການດື່ມຊາ,...
ແກວ່ງແຂນ ນອກຈາກຫຼຸດພຸງແລ້ວ ຍັງຊ່ວຍປົວພະຍາດໄດ້ຫຼາຍຢ່າງ
ຫຼາຍຄົນຄົງສົງໄສ “ພຽງແຕ່ຢືນແກວ່ງແຂນຊື່ໆ ຈະໄດ້ຜົນລັບທີ່ດີເລີດແກ່ຮ່າງກາຍໄດ້ຈັ່ງໃດ?” ຄຳຖາມນີ້ເປັນຄຳຖາມທີ່ດີຫຼາຍແລະຕອບຢູ່ນີ້ເລີຍວ່າ ບໍ່ພຽງແຕ່ພຸງຍຸບລົງເທົ່ານັ້ນ ແຕ່ການແກວ່າງແຂນຍັງມີປະໂຫຍດຫຼວງຫຼາຍຢາກຮູ້ວ່າຄືຫຍັງ ແລະວິທີ ການແກວ່ງແຂນທີ່ຖືກຕ້ອງເຮັດຈັ່ງໃດແລະມັນໄດ້ຫຍັງແດ່ ມາອ່ານນຳກັນເລີຍ.1. ຊ່ວຍໃຫ້ເລືອດລົມໄຫຼວຽນໄດ້ສະດວກ
ແພດຈີນບູຮານເຊື່ອວ່າ ສິ່ງທີ່ເປັນບັນຫາສຸຂະພາບພາຍໃນຮ່າງກາຍເກີດມາຈາກ “ເລືອດລົມ” ເປັນຫຼັກ ເພາະຖ້າຫາກເລືອດລົມພາຍໃນຮ່າງກາຍຂອງເຮົາຜິດປົກກະຕິ ພະຍາດຕ່າງໆ ຫຼວງຫຼາຍກໍຈະຫຸ້ມລຸມເຂົ້າມາ ແຕ່ “ການແກວ່າງແຂນ” ນີ້ລະທີ່ຈະຊ່ວຍໃຫ້ເລືອດລົມພາຍໃນຮ່າງກາຍໄຫຼວຽນໄດ້ສະດວກດີຂຶ້ນ ແລະບໍ່ຕິດຂັດງ່າຍໆ ເຊິ່ງແນ່ນອນວ່າຈະຊ່ວຍປ່ຽນສະພາບອະໄວຍະວະທີ່ຜິດປົກກະຕິໃຫ້ກັບມາເປັນແຂງແຮງອີກຢ່າງແນ່ນອນ.
2. ລະບົບນໍ້າເຫຼືອງເຮັດວຽກໄດ້ດີຂຶ້ນ
ບໍລິເວນຂີ້ແຮ້ ຄື ຈຸດຊຸມນຸມຂອງຕ່ອມນໍ້າເຫຼືອງ...
ອາກາດຮ້ອນຈັດ ກິ່ນບໍ່ພຶງປະສົງທີ່ຕາມມາສາມາດຮັກສາໄດ້
ສະໝໍລະພູມເຕົາອົບທີ່ແທ້ຈິງຄົງຕ້ອງຍົກໃຫ້ອາກາດໃນຕອນນີ້ຂອງປະເທດເຮົາຢ່າງບໍ່ຕ້ອງສົງໄສເພາະທັງແດດແຮງ, ອາກາດກໍຮ້ອນຈັດ ແຖມຍັງມີຄວາມອົບເອົ້າເຮັດໃຫ້ເຫື່ອບໍ່ສາມາດລະເຫີຍອອກມາຈາກຮ່າງກາຍໄດ້ອີກ.ອີກຢ່າງໜຶ່ງຄືກິ່ນທີ່ບໍ່ພຶງປະສົງອັນເນື່ອງມາຈາກເຫື່ອທີ່ອອກມາ ເກີດຄວາມອັບໃນຈຸດຕ່າງໆຂອງຮ່າງກາຍ ເປັນເຫດໃຫ້ເຊື້ອແບັກທີເຣຍຈະເລີນເຕີບໂຕໄດ້ດີ ແລະ ໄວວາ.
ກິ່ນຕົວເກີດຂຶ້ນໄດ້ຈາກຫຼາຍສາເຫດ ແຕ່ສ່ວນໃຫຍ່ມັກເກີດຈາກກິ່ນຂອງເຫື່ອທີ່ສະສົມ ແລະ ລວມຕົວກັນກັບເຊື້ອແບັກທີເຣຍກ້ອງວົງແຂນທີ່ອຸ່ນ ແລະ ຊຸ່ມ ເຮັດໃຫ້ກາຍເປັນກິ່ນເໝັນສົ້ມ ໃນຊ່ວງໜ້າຮ້ອນໂອກາດທີ່ເຫື່ອອອກຈະຫຍິ່ງຫຼາຍກວ່າຊ່ວງອື່ນໆ. ສະນັ້ນ, ຄວນດູແລຕົວເອງດ້ວຍວິທີດັ່ງຕໍ່ໄປນີ້ເພື່ອຫຼຸດ ຫຼື ປ້ອງກັນການເກີດກິ່ນຕົວທີ່ບໍ່ຕ້ອງການ.
ສາມາດຮັກສາໄດ້ດັ່ງນີ້:
1– ອາບນໍ້າຊໍາລະຮ່າງກາຍໃຫ້ສະອາດຢ່າງໜ້ອຍມື້ລະ 2 ຄັ້ງ ຫຼື ຫຼາຍກວ່ານັ້ນ, ຫາກຮູ້ສຶກວ່າຮ່າງກາຍມີເຫື່ອໄຫລ,...