ເມືອງລະຄອນເພັງ ແມ່ນ1 ໃນ 8 ເມືອງຂອງແຂວງ ສາລະວັນ, ໃນນັ້ນຖ້າເວົ້າເຖິງສະຖານທີ່ທ່ອງທ່ຽວພາຍໃນເມືອງລະຄອນເພັງແລ້ວ ກໍ່ມີຫລາຍບ່ອນທີ່ຫນ້າສົນໃຈ ໂດຍສະເພາະທາງດ້ານວັດທະນະທຳ ແລະ ທຳມະຊາດ,ຄຽງຄູ່ກັນນັ້ນ ປະຊາຊົນຊາວເມືອງ ລະຄອນເພັງ ຍັງເປັນຜູ້ທີ່ມີຈິດໃຈໂອບເອື້ອຍອາລີ, ມີຄວາມດຸຫມັ້ນຂະຫຍັນພຽງ, ຮັກ ແລະ ຫວງແຫນໃນມູນເຊື້ອທາງດ້ານມໍລະດົກວັດທະນະທຳອັນດີງາມ ກໍ່ຄືຂອງຊາດ.